ເກີດຄວາມເຄັ່ງຕຶງເພີ່ມຂຶ້ນພາຍຫຼັງປະກາດຜົນການເລືອກຕັ້ງປະທານາທິບໍດີປາກິດສະຖານ
ອີງຕາມລາຍງານຈາກວິທະຍຸກະຈາຍສຽງຫວຽດນາມ ແຈ້ງໃຫ້ຮູ້ ໃນ ວັນທີ 11 ກຸມພາ 2024 ຜ່ານມານີ້ວ່າ: ເຈົ້າໜ້າທີ່ ປາ
ກິດສະຖານ ລາຍງານໃຫ້ຮູ້ວ່າ: ມີຜູ້ເສຍຊີວິດຢ່າງໜ້ອຍ 3 ຄົນ ແລະ ໄດ້ຮັບບາດເຈັບອີກ 7 ຄົນ ຈາກການປະທະກັນ ລະຫວ່າງບັນ
ດາສະມາຊິກສອງພັກການເມືອງ ຢູ່ແຂວງ ຊິນ (Sindh), ທາງພາກໃຕ້ຂອງປະເທດ.
ລາຍງານໄດ້ໃຫ້ຮູ້ວ່າ: ຕໍ່ບັນຫາດັ່ງກ່າວ, ຕຳຫຼວດປາກິດສະຖານໄດ້ກ່າວເຕືອນຈະປັບໄໝ ລົງໂທດບັນດາຜູ້ເຕົ້າໂຮມແບບຜິດ
ກົດໝາຍພາຍຫຼັງພັກ Pakistan Tehreeke Isaf (PTI) ຂອງທ່ານອະດີດນາຍົກ ລັດຖະມົນຕີ ອິມຣານຄານ (Imran Khan)
ຮຽກຮ້ອງໃຫ້ບັນດາຜູ້ສະໜັບສະໜູນການແຫ່ຂະບວນປະທ້ວງ ເພື່ອຄັດຄ້ານໝາກຜົນຂອງການເລືອກຕັ້ງທີ່ຈັດຂຶ້ນໃນອາທິດກ່ອນ.
ເຊິ່ງການນຳພັກ PTI ກ່າວຫາວ່າ ມີການສໍ້ໂກງໃນຂັ້ນຕອນການເລືອກຕັ້ງ. ໝາກຜົນຂອງການນັບບັດລົງຄະແນນສຽງທີ່ຫາ
ກໍປະກາດຢ່າງເປັນທາງການໄດ້ສະແດງໃຫ້ເຫັນວ່າ: ຜູ້ລົງສະໝັກເລືອກຕັ້ງປະທານາທິບໍດີຈາກພັກ PTI ຍາດໄດ້ຄະແນນສຽງສ່ວນ
ຫຼາຍ 101 ທີ່ນັ່ງໃນການເລືອກຕັ້ງສະພາແຫ່ງຊາດ ເຊິ່ງລວມມີ 266 ທີ່ນັ່ງທີ່ຈັດຂຶ້ນໃນວັນທີ 8 ກຸມພາ 2024 ຜ່ານມາ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 16/02/2024